Human to Cat Translator Application ສື່ສານກັບນ້ອງແມວໝຽວ
ກາຍເປັນກະແສ ແລະ ກໍາລັງເປັນທີ່ນິຍົມຢ່າງຫຼວງການສໍາລັບແອັບພິເຄຊັ່ນທີ່ຊື່ວ່າ Human to Cat Translator ເປັນແອັບພິເຄຊັ່ນທີ່ຊ່ວຍແປພາສາຄົນໃຫ້ເປັນພາສາແມວ ດ້ວຍວິທີງ່າຍໆພຽງແຕ່ໂຫຼດມາແລ້ວຕິດຕັ້ງລົງໃນສະມາດໂຟນ ແລ້ວເວົ້າຜ່ານແອັບ, ຫຼັງຈາກນັ້ນ ແອັບຈະແປສິ່ງທີ່ເຮົາເວົ້າໃຫ້ກາຍເປັນພາສາແມວ. Human to Cat Translator ໄດ້ຮັບການພັດທະນາຈາກຜູ້ຊ່ຽວຊານດ້ານແມວໂດຍສະເພາະ ເຊິ່ງໄດ້ຮັບການທົດສອບກັບແມວ 25 ໂຕ ຜົນປາກົດວ່າມີບາງຄຳສັບສາມາດໃຊ້ສື່ສານກັບແມວໄດ້ແທ້.
ສຳລັບໃຜທີ່ຢາກລອງໃຊ້ແອັບດັ່ງກ່າວເພື່ອສື່ສານກັບນ້ອງແມວລອງເບິ່ງວ່າຈະໄດ້ຜົນຫຼືບໍ່ ກໍສາມາດໂຫຼດມາລອງໃຊ້ກັນໄດ້ທັງ ລະບົບ Android https://bit.ly/3BfUvn6 ແລະ iOS https://apple.co/3inFRmI
ເຊິ່ງຕ້ອງບອກເລີຍວ່າບັນດາທາດແມວທັງຫຼາຍ ຈະຕ້ອງຫຼົງຮັກເຈົ້າແມວໝຽວເຂົ້າໄປອີກ…