ວົງການຮູບເງົາສັ່ນສະເທືອນ!!! ເມື່ອຣັດເຊຍ ຂຶ້ນໄປຖ່າຍຮູບເງົາເທີງອາວະກາດ ເປັນປະເທດທໍາອິດ
ສຳນັກງານຂ່າວ NBC ຂອງອາເມຣິກາ ໄດ້ລາຍງານວ່າ ທາງ ຣັດເຊຍ ໄດ້ປ່ອຍຍານບິນ Soyuz MS-19 ເພື່ອພານັກສະແດງຍິງ Yulia Peresild ແລະ ຜູ້ກຳກັບ Klim Shipenk ຂຶ້ນໄປສະຖານີອະວະກາດເພື່ອຖ່າຍທຳຮູບເງົາ.
ການເດີນທາງໄປຍັງສະຖານີອະວະກາດຄັ້ງນີ້ ແມ່ນມີນັກບິນວະວະກາດ ທ່ານ Anton Shkaplerov ໄດ້ເຂົ້າຮ່ວມການເດີນທາງນຳ ແລະ ຍານບິນໄດ້ຖືກປ່ອຍຂຶ້ນ ທີ່ ສູນປ່ອຍຍານບິນອະວະກາດ Baikonur ທີ່ ຄາຊັກສະຖານ ໃນວັນທີ 5 ຕຸລາ.
ຫຼັງຈາກນັກສະແດງ ແລະ ທີມງານບິນຂຶ້ນໄປເຖິງສະຖານີອະວະກາດ ເຈົ້າໜ້າທີ່ອະວະກາດກໍໄດ້ລາຍງານເຖິງສະພາບຂອງທີມງານວ່າ ປົກກະຕິດີ ແລະ ລະບົບຍານອະວະກາດທັງໝົດກໍເຮັດວຽກໄດ້ຕາມປົກກະຕິ. ຄະນະຮູບເງົາມີແຜນຈະຖ່າຍທຳບາງສ່ວນຂອງຮູບເງົາ ທີ່ມີຊື່ວ່າ “Challenge” (ຄວາມທ້າທາຍ), ໂດຍ ນັກສະແດງ Peresild ຈະໄດ້ຮັບບົດເປັນທ່ານໝໍຜ່າຕັດ ໂດຍມີພາລະກິດຂຶ້ນໄປອະວະກາດເພື່ອໄປຊ່ວຍເຫຼືອ ນັກບິນອະວະກາດທີ່ເປັນໂຣກຫົວໃຈ.
Peresild ນັກສະແດງຍິງ ອາຍຸ 37 ປີ ໄດ້ກ່າວກ່ອນຍານບິນຖືກປ່ອຍວ່າ ຍອມຮັບວ່າລາວໄດ້ພົບກັບຫຼາກຫຼາຍຄວາມທ້າທາຍເພື່ອປັບຕົວໃຫ້ເຂົ້າກັບລະບຽບວິໄນທີ່ເຂັ້ມງວດແລະ ຄວາມຕ້ອງການທີ່ເຂັ້ມງວດໃນລະຫວ່າງການເຝິກອົບຮົມ.
ຜູ້ກໍາກັບ Shipenko ອາຍຸ 38 ປີ ຜູ້ທີ່ສ້າງຮູບເງົາຫຼາຍເລື່ອງຈົນປະສົບຄວາມສໍາເລັດ ໄດ້ກ່າວເຖີງການກະກຽມຢ່າງໄວວາຂອງຖ້ຽວບິນສີ່ເດືອນວ່າມັນເປັນເລື່ອງທີ່ຍາກ ແນ່ນອນ ພວກຂ້ອຍບໍ່ສາມາດເຮັດໄດ້ຫຼາຍຢ່າງໃນຄັ້ງທໍາອິດ ແລະ ບາງຄັ້ງກໍພະຍາຍາມຮອດຄັ້ງທີ່ສາມ ແຕ່ມັນກໍເປັນເລື່ອງປົກກະຕິ. Shipenko ຍັງກ່າວຕື່ມອີກວ່າ ສອງນັກບິນອາວະກາດຊາວຣັດເຊຍ Oleg Novitskiy ແລະ Pyotr Dubrov ທີ່ປະຈໍາການເທີງສະຖານີອາວະກາດຈະມີສ່ວນຮ່ວມໃນການສະແດງຮູບເງົາຄັ້ງນີ້ດ້ວຍ
ຫຼັງຈາກຖ່າຍຮູບເງົາເທີງອາວະກາດໄດ້ 12 ມື້ ກໍຈະກັບລົງມາໂລກພ້ອມກັບນັກບິນອາວະກາດ Shkaplerov, ຜູ້ອໍານວຍການສະຫະພັນອາວະກາດແຫ່ງສະຫະພັນຣັດເຊຍ (Roscomos) ທ່ານ Dmitry Rogozin ໄດ້ອະທິບາຍວ່າ ການສ້າງຮູບເງົາສາລະຄະດີເລື່ອງທໍາອິດໃນອາວະກາດເປັນໂອກາດທີ່ດີ ທີ່ຈະຍົກລະດັບຊື່ສຽງທາງດ້ານອາວະກາດຂອງປະເທດນີ້.
ນອກຈາກນີ້ ທາງ Hollywood ເອງກໍມີແຜນຈະພານັກສະແດງ Tom Cruise ຂຶ້ນໄປຖ່າຍຮູບເງົາເທີງອາວະກາດໃນທ້າຍປີນີ້ອີກດ້ວຍ.