ມືຖືຢູ່ໄກ 3 ແມັດກໍຊ໊າດໄດ້ Motorola ກຽມເປີດຕົວສາຍຊ໊າດມືຖືໄຮ້ສາຍໄລຍະໄກໄວໆ ນີ້.
ລໍ້າໜ້າໄປອີກຂັ້ນ ກຽມລືມການຊ໊າດແບັດໂທລະສັບແບບມີສາຍໄປໄດ້ເລີຍ ເມື່ອເຮົາສາມາດຊ໊າດໂທລະສັບໄດ້ໄກເຖິງ 3 ເເມັດໂດຍຜ່ານເທັກໂນໂລຢີການຊ໊າດທີ່ເອີ້ນວ່າ Air Charging ແລະ ຊ໊າດໄດ້ພ້ອມກັນສູງສຸດເຖິງ 4 ໜ່ວຍ.
ໂດຍຜະລິດຕະພັນທີ່ວ່າມາ ຖືກພັດທະນາຂື້ນໂດຍ Motorola ເຊິ່ງກ່ອນໜ້ານີ້ທາງ Motorola ເອງກໍໄດ້ລອງຜະລິດ Air Charging ໃນໄລຍະ 1 ແມັດ ມາກ່ອນແລ້ວ ແລະ ສາມາດພັດທະນາຕໍ່ມາໄດ້ຈົນຮອດໄລຍະ 3 ແມັດ, ເຊິ່ງຕາມຂໍ້ມູນທີ່ທາງ Motorola ໄດ້ເຜີຍອອກມາຕື່ມອີກວ່າ Air Charging ຮຸ່ນນີ້ຍັງສາມາດຊ໊າດພ້ອມກັນໄດ້ເຖິງ 4 ໜ່ວຍ ໂດຍການວາງໂທລະສັບໄວ້ດ້ານໜ້າຂອງເຄື່ອງຊ໊າດໃນບໍລິເວນ 100 ອົງສາ ພາຍໃນໄລຍະ 3 ເເມັດ.
ໂດຍຕົວເຄື່ອງຊ໊າດ Motorola Charging ຈະຊ໊າດຜ່ານອາກາດ ໂດຍການໃຊ້ເສົາອາກາດຈໍານວນ 1600 ເສົາ ແລະ ຊອບແວໃນການຄົ້ນຫາອຸປະກອນໃນບໍລິເວນທີ່ກໍານົດໄວ້ ພ້ອມທັງຊ໊າດພ້ອມກັນດ້ວຍພະລັງງານທີ່ມີຄວາມສະຖຽນເພື່ອໃຫ້ສາມາດຊ໊າດພ້ອມໆ ກັນໄດ້. ເຊິ່ງການຊ໊າດແບບ Air Charging ຂອງ Motorola ນີ້ສາມາດຊ໊າດຜ່ານສິ່ງກີດຂວາງທີ່ບໍ່ໜາຫຼາຍເຊັ່ນ: ເຈ້ຍ, ໜັງສັດ ແລະ ສິ່ງກີດຂວາງອື່ນໆ ພາຍໃນເຮືອນ.
ສໍາລັບຕົວ Motorola Air Charging ນີ້ ຍັງບໍ່ມີຂໍ້ມູນຊັດເຈນວ່າຈະວາງຈໍາໜ່າຍໃນຕະຫຼາດເມື່ອໃດ ແຕ່ທາງ Lenovo (ບໍລິສັດແມ່ຂອງ Motorola) ກໍໄດ້ກ່າວວ່າ ກຽມພົບກັບ Motorola Air Charging ໃນໄວໆ ນີ້ແນ່ນອນ.