ຫຼັກສູດນີ້ແມ່ນຈະນຳສະເໜີກ່ຽວກັບການຫັນປ່ຽນສູ່ດີຈີຕອລ, ເປັນຫຍັງດີຈີຕອລຈິ່ງມີຄວາມສຳຄັນຕໍ່ ທຸລະກິດຂອງພວກເຮົາ, ພ້ອມທັງນຳສະເໜີການເຮັດແຜນທຸລະກິດແບບໃຫມ່, ສັ້ນກະທັດຮັດ ແລະ ເຂົ້າ ໃຈງ່າຍດ້ວຍ ແມ່ແບບທຸລະກິດ (Business Model Canvas) ເຊິ່ງເໝາະສົມກັບ ທຸລະກິດຮູບແບບ ໃຫມ່ຫລາຍ, ນອກນັ້ນກໍ່ມາຮຽນຮູ້ກ່ຽວກັບເຄື່ອງມືດີຈີຕອລຕ່າງໆທີ່ສາມາດຊ່ວຍໃຫ້ເຮົາ ຫລຸດຕົ້ນທຶນລົງ ໄດ້ເພື່ອເພີ່ມປະສິດທິພາບໃຫ້ກັບອົງກອນເຮົາຫລາຍຂຶ້ນ. ຍິ່ງກ່ວານັ້ນ ຍັງຈະໄດ້ຮຽນຮູ້ກ່ຽວກັບການ ຕະຫລາດແບບດີຈີຕອລແມ່ນຫຍັງ, ວິທີການຂາຍ, ການເຂົ້າເຖິງກຸ່ມລູກຄ້າເປົ້າໝາຍດ້ວຍມືຖືອັນດຽວ ສາມາດເຮັດໄດ້ແນວໃດ. ຕະຫລອດເຖິງການສຶກສາບັນດາຂໍ້ມູນຕ່າງໆທີ່ສຳຄັນເພື່ອນຳມາຄົ້ນຄ້ວາ ແລະ ວາງແຜນຍຸດທະສາດທາງທຸລະກິດຂອງເຮົາເພື່ອເພີ່ມສັກກາຍະພາບ, ການປະຕິບັດງານ ແລະ ການພັດທະນາທີ່ດີກ້າວໄປສູ່ຄວາມສຳເລັດຢ່າງຢັ້ງຢືນ.
ໂຄງຮ່າງຫຼັກສູດ:
- ແນະນຳການຫັນປ່ຽນສູ່ດີຈີຕອລ
- ຜະລິດຕະພາບຂອງແມ່ແບບ/ໂມເດວທຸລະກິດ
- ການນຳໃຊ້ດີຈີຕອລເພື່ອຊ່ວຍໃນການບໍລິຫານຕົ້ນທຶນ
- ການຫັນປ່ຽນສູ່ການຂາຍ ແລະ ການຕະຫລາດແບບດິຈີຕອລ
- ການຫັນປ່ຽນສູ່ການບໍລິຫານຈັດການຄວາມຮູ້ທັກສະທາງດິຈີຕອລ
Course Features
- Lectures 27
- Quizzes 2
- Duration 113 minutes
- Skill level All levels
- Language ລາວ
- Students 46
- Assessments Self
-
1. ແນະນຳການຫັນປ່ຽນສູ່ດີຈີຕອລ
-
2. ຜະລິດຕະພາບຂອງແມ່ແບບ/ໂມເດວທຸລະກິດ
-
3. ການນຳໃຊ້ດີຈີຕອລເພື່ອຊ່ວຍໃນການບໍລິຫານຕົ້ນທຶນ
-
4. ການຫັນປ່ຽນສູ່ການຂາຍ ແລະ ການຕະຫລາດແບບດິຈີຕອລ
-
5. ການຫັນປ່ຽນສູ່ການບໍລິຫານຈັດການຄວາມຮູ້ທັກສະທາງດິຈີຕອລ