ເຕັກໂນໂລຊີຂໍ້ມູນຂ່າວສານ
- Home
- All courses
- ເຕັກໂນໂລຊີຂໍ້ມູນຂ່າວສານ
ການຫັນປ່ຽນສູ່ດິຈິຕອລ
ນຳສະເໜີການຫັນປ່ຽນສູ່ດີຈີຕອລ, ຄວາມສຳຄັນຂອງດີຈີຕອລຕໍ່ທຸລະກິດຂອງພວກເຮົາ, ການເຮັດແຜນທຸລະກິດແບບໃຫມ່, ສັ້ນກະທັດຮັດ ແລະ ເຂົ້າໃຈງ່າຍດ້ວຍ ແມ່ແບບທຸລະກິດ (Business Model Canvas) ແລະ ຍັງຈະໄດ້ຮຽນຮູ້ເຄື່ອງມືດີຈີຕອລຕ່າງໆທີ່ສາມາດຊ່ວຍໃຫ້ເຮົາ ຫລຸດຕົ້ນທຶນລົງ ພ້ອມທັງເພີ່ມປະສິດທິພາບໃຫ້ກັບອົງກອນ.
ເມົາຕິມິເດຍສຳລັບທຸລະກິດຂະໜາດນ້ອຍ ແລະ ກາງ
ນຳສະເຫນີຄວາມຮູ້ເບື້ອງຕົ້ນກ່ຽວກັບລະບົບເມົາຕິມີເດຍ (Multimedia), ພື້ນຖານການອອກແບບເມົາຕິມີເດຍ (Basic Design), ການສ້າງເມົາຕິມີເດຍເພື່ອການໂຄສະນາປະຊາສໍາພັນ (Multimedia Advertisements Creation), ການວິເຄາະຄ່າໃຊ້ຈ່າຍ (Analyzing expenses) ແລະ ວິທີໃນການນໍາໃຊ້ບັນດາເຄື່ອງມືຕ່າງໆ.
ການນຳໃຊ້ອອນລາຍຢ່າງປອດໄພສຳລັບທຸລະກິດຂະໜາດນ້ອຍ ແລະ ກາງ
ນຳສະເຫນີຄວາມຮູ້ພື້ນຖານ, ຄວາມສຳຄັນຂອງຂໍ້ມູນສ່ວນຕົວ ສຳຫຼັບການຄ້າເທິງອິນເຕີເນັດ, ໂປຣແກຣມທີ່ເປັນອັນຕະລາຍ ທີ່ລັກເອົາຂໍ້ມູນສ່ວນຕົວ ແລະ ວິທີປ້ອງກັນຂໍ້ມູນດັ່ງກ່າວບໍ່ໃຫ້ຮົ່ວໄຫຼ, ພ້ອມທັງການສ້າງຄວາມປອດໄພໃນການຄ້າຂາຍເທິງອິນເຕີເນັດສຳຫຼັບອົງກອນຂະໜາດນ້ອຍ, ເພື່ອໃຫ້ ການດຳເນີນທຸລະກຳ ຫຼື ການຄ້າທາງອອນລາຍມີຄວາມປອດໄພ.
ພື້ນຖານການຄ້າທາງເອເລັກໂຕຣນິກ
ນຳສະເໜີຄວາມຮູ້ພື້ນຖານ, ອົງປະກອບຕ່າງໆ ກ່ຽວກັບການຄ້າທາງເອເລັກໂຕຣນິກ ຫຼື ເອີ້ນວ່າ E-commerce, ຂະບວນການລວມຂອງການຄ້າທາງເອເລັກໂຕຣນິກ, ການເລືອກລະບົບ ແລະ ລວມໄປເຖິງຊ່ອງທາງການຊຳລະເງິນ, ການຂົນສົ່ງ. ເຫມາະສຳລັບເຈົ້າຂອງທຸລະກິດ ທີ່ສົນໃຈຢາກຫັນມາເຮັດທຸລະກິດທາງອອນລາຍ ແລະ Social Media ຕ່າງໆ.
ພື້ນຖານການພັດທະນາຊັອບແວ (ໂປຣແກຣມ)
ນຳສະເຫນີຄວາມຮູ້ພື້ນຖານກ່ຽວກັບ Full Stack Development, ການພັດທະນາເວັບໄຊ໋, ໂປຣແກຣມ ຫລື ແອັບພິເຄເຊິນ ມີຂັ້ນຕອນແນວໃດ, ຕ້ອງມີຄວາມຮູ້ພື້ນຖານຫຍັງແດ່ ແລະ ນຳໃຊ້ເທັກໂນໂລຊີໃດໃນການພັດທະນາ. ເຫມາະສຳລັບ ເຈົ້າຂອງທຸລະກິດ ຫຼື ຜູ້ທີ່ຈະເລີ່ມຕົ້ນສຶກສາ ການພັດທະນາເວັບໄຊ, ໂປຣແກຣມ ຫລື ແອັບພິເຄເຊິນ.