ກາຍເປັນກະແສ ແລະ ກໍາລັງເປັນທີ່ນິຍົມຢ່າງຫຼວງການສໍາລັບແອັບພິເຄຊັ່ນທີ່ຊື່ວ່າ Human to Cat Translator ເປັນແອັບພິເຄຊັ່ນທີ່ຊ່ວຍແປພາສາຄົນໃຫ້ເປັນພາສາແມວ ດ້ວຍວິທີງ່າຍໆພຽງແຕ່ໂຫຼດມາແລ້ວຕິດຕັ້ງລົງໃນສະມາດໂຟນ ແລ້ວເວົ້າຜ່ານແອັບ, ຫຼັງຈາກນັ້ນ ແອັບຈະແປສິ່ງທີ່ເຮົາເວົ້າໃຫ້ກາຍເປັນພາສາແມວ. Human to Cat Translator ໄດ້ຮັບການພັດທະນາຈາກຜູ້ຊ່ຽວຊານດ້ານແມວໂດຍສະເພາະ ເຊິ່ງໄດ້ຮັບການທົດສອບກັບແມວ 25 ໂຕ ຜົນປາກົດວ່າມີບາງຄຳສັບສາມາດໃຊ້ສື່ສານກັບແມວໄດ້ແທ້. ສຳລັບໃຜທີ່ຢາກລອງໃຊ້ແອັບດັ່ງກ່າວເພື່ອສື່ສານກັບນ້ອງແມວລອງເບິ່ງວ່າຈະໄດ້ຜົນຫຼືບໍ່ ກໍສາມາດໂຫຼດມາລອງໃຊ້ກັນໄດ້ທັງ ລະບົບ Android https://bit.ly/3BfUvn6 ແລະ iOS https://apple.co/3inFRmI ເຊິ່ງຕ້ອງບອກເລີຍວ່າບັນດາທາດແມວທັງຫຼາຍ ຈະຕ້ອງຫຼົງຮັກເຈົ້າແມວໝຽວເຂົ້າໄປອີກ…
ສຳນັກງານຂ່າວ NBC ຂອງອາເມຣິກາ ໄດ້ລາຍງານວ່າ ທາງ ຣັດເຊຍ ໄດ້ປ່ອຍຍານບິນ Soyuz MS-19 ເພື່ອພານັກສະແດງຍິງ Yulia Peresild ແລະ ຜູ້ກຳກັບ Klim Shipenk ຂຶ້ນໄປສະຖານີອະວະກາດເພື່ອຖ່າຍທຳຮູບເງົາ. ການເດີນທາງໄປຍັງສະຖານີອະວະກາດຄັ້ງນີ້ ແມ່ນມີນັກບິນວະວະກາດ ທ່ານ Anton Shkaplerov ໄດ້ເຂົ້າຮ່ວມການເດີນທາງນຳ ແລະ ຍານບິນໄດ້ຖືກປ່ອຍຂຶ້ນ ທີ່ ສູນປ່ອຍຍານບິນອະວະກາດ Baikonur ທີ່ ຄາຊັກສະຖານ ໃນວັນທີ 5 ຕຸລາ. ຫຼັງຈາກນັກສະແດງ ແລະ ທີມງານບິນຂຶ້ນໄປເຖິງສະຖານີອະວະກາດ ເຈົ້າໜ້າທີ່ອະວະກາດກໍໄດ້ລາຍງານເຖິງສະພາບຂອງທີມງານວ່າ ປົກກະຕິດີ ແລະ ລະບົບຍານອະວະກາດທັງໝົດກໍເຮັດວຽກໄດ້ຕາມປົກກະຕິ. …
ລໍ້າໜ້າໄປອີກຂັ້ນ ກຽມລືມການຊ໊າດແບັດໂທລະສັບແບບມີສາຍໄປໄດ້ເລີຍ ເມື່ອເຮົາສາມາດຊ໊າດໂທລະສັບໄດ້ໄກເຖິງ 3 ເເມັດໂດຍຜ່ານເທັກໂນໂລຢີການຊ໊າດທີ່ເອີ້ນວ່າ Air Charging ແລະ ຊ໊າດໄດ້ພ້ອມກັນສູງສຸດເຖິງ 4 ໜ່ວຍ. ໂດຍຜະລິດຕະພັນທີ່ວ່າມາ ຖືກພັດທະນາຂື້ນໂດຍ Motorola ເຊິ່ງກ່ອນໜ້ານີ້ທາງ Motorola ເອງກໍໄດ້ລອງຜະລິດ Air Charging ໃນໄລຍະ 1 ແມັດ ມາກ່ອນແລ້ວ ແລະ ສາມາດພັດທະນາຕໍ່ມາໄດ້ຈົນຮອດໄລຍະ 3 ແມັດ, ເຊິ່ງຕາມຂໍ້ມູນທີ່ທາງ Motorola ໄດ້ເຜີຍອອກມາຕື່ມອີກວ່າ Air Charging ຮຸ່ນນີ້ຍັງສາມາດຊ໊າດພ້ອມກັນໄດ້ເຖິງ 4 ໜ່ວຍ ໂດຍການວາງໂທລະສັບໄວ້ດ້ານໜ້າຂອງເຄື່ອງຊ໊າດໃນບໍລິເວນ 100 ອົງສາ ພາຍໃນໄລຍະ 3 …