ຫຼັກສູດການຮຽນຮູ້ ສຳລັບທຸລະກິດຂະໜາດນ້ອຍ ແລະ ກາງຜ່ານລະບົບອອນລາຍ

ຫຼັກສູດແນະນຳ

ບັນຊີສຳລັບທຸລະກິດຂະໜາດນ້ອຍ ແລະ ກາງ

ນຳສະເຫນີພື້ນຖານການບັນຊີ, ລະບຽບຫລັກການ ແລະ ອົງປະກອບຂອງໃບລາຍງານການເງິນ, ເປັນພື້ນຖານທາງດ້ານການບັນທຶກ, ໄຈ້ແຍກ ແລະ ອະທິບາຍໄດ້ພາບລວມຂອງການສ້າງເອກະສານລາຍງານການເງິນໃນເບື້ອງຕົ້ນ ເຊິ່ງມັນຈຳເປັນຫລາຍທີ່ຈະເຮັດໃຫ້ນັກທຸລະກິດສາມາດສ້າງລະບົບບັນຊີ ແລະ ບັນທຶກບັນຊີໄດ້ຢ່າງມີປະສິດທິພາບ ແລະ ເຊື່ອຖືໄດ້.
(0 review)
147
students
0
Free
Free

ການຕະຫຼາດໃນຍຸກດິຈິຕອລສຳລັບທຸລະກິດຂະໜາດນ້ອຍ ແລະ ກາງ

ນຳສະເໜີ ອົງປະກອບ ແລະ ຮູບແບບຂອງ E-Marketing, ການຕະຫລາດອອນລາຍ, ການຕະຫລາດຜ່ານສື່ສັງຄົມອອນລາຍ (Social Media), ພຶດຕິກໍາຜູ້ບໍລິໂພກໃນຍຸກດີຈີຕອລ, ແລະ ການນໍາໃຊ້ເຄື່ອງມື ແລະ ຍຸດທະສາດ ທາງການຕະຫລາດດິຈິຕອລ ເພື່ອຊ່ວຍໃຫ້ທຸລະກິດສາມາດເຂົ້າເຖິງກຸ່ມລູກຄ້າເປົ້າໝາຍ ແລະ ສ້າງລາຍຮັບໃຫ້ກັບທຸລະກິດໄດ້.
(0 review)
82
students
0
Free
Free

ພື້ນຖານການຄ້າທາງເອເລັກໂຕຣນິກ

ນຳສະເໜີຄວາມຮູ້ພື້ນຖານ, ອົງປະກອບຕ່າງໆ ກ່ຽວກັບການຄ້າທາງເອເລັກໂຕຣນິກ ຫຼື ເອີ້ນວ່າ E-commerce, ຂະບວນການລວມຂອງການຄ້າທາງເອເລັກໂຕຣນິກ, ການເລືອກລະບົບ ແລະ ລວມໄປເຖິງຊ່ອງທາງການຊຳລະເງິນ, ການຂົນສົ່ງ. ເຫມາະສຳລັບເຈົ້າຂອງທຸລະກິດ ທີ່ສົນໃຈຢາກຫັນມາເຮັດທຸລະກິດທາງອອນລາຍ ແລະ Social Media ຕ່າງໆ.
(0 review)
73
students
0
Free
Free

ພື້ນຖານການພັດທະນາຊັອບແວ (ໂປຣແກຣມ)

ນຳສະເຫນີຄວາມຮູ້ພື້ນຖານກ່ຽວກັບ Full Stack Development, ການພັດທະນາເວັບໄຊ໋, ໂປຣແກຣມ ຫລື ແອັບພິເຄເຊິນ ມີຂັ້ນຕອນແນວໃດ, ຕ້ອງມີຄວາມຮູ້ພື້ນຖານຫຍັງແດ່ ແລະ ນຳໃຊ້ເທັກໂນໂລຊີໃດໃນການພັດທະນາ. ເຫມາະສຳລັບ ເຈົ້າຂອງທຸລະກິດ ຫຼື ຜູ້ທີ່ຈະເລີ່ມຕົ້ນສຶກສາ ການພັດທະນາເວັບໄຊ, ໂປຣແກຣມ ຫລື ແອັບພິເຄເຊິນ.
(0 review)
55
students
0
Free
Free

ການແນະນໍາເບື້ອງຕົ້ນກ່ຽວກັບ ການວິເຄາະຂໍ້ມູນສຳລັບທຸລະກິດຂະໜາດນ້ອຍ ແລະ ກາງ

ນຳສະເຫນີຄວາມຮູ້ເບື້ອງຕົ້ນ ສຳລັບການນຳໃຊ້ຂໍ້ມູນມາວິເຄາະ, ຄວາມສຳຄັນຂອງການວິເຄາະຂໍ້ມູນ, ການເກັບກຳຂໍ້ມູນ, ການວິເຄາະຂໍ້ມູນ, ເຄື່ອງມືຕ່າງໆ ທີ່ສາມາດນຳໃຊ້ເຂົ້າໃນການວິເຄາະຂໍ້ມູນຂັ້ນເບື້ອງຕົ້ນ ແລະ ການແປງຂໍ້ມູນໃຫ້ເປັນພາບ (Visualization) ເຊິ່ງເປັນຕົວຊ່ວຍໃຫ້ສາມາດຕັດສິນໃຈໄດ້ຢ່າງມີເຫດ ແລະ ຜົນ, ເພື່ອພັດທະນາທຸລະກິດໃຫ້ດີຂຶ້ນ.
(0 review)
54
students
0
Free
Free

ການຫັນປ່ຽນສູ່ດິຈິຕອລ

ນຳສະເໜີການຫັນປ່ຽນສູ່ດີຈີຕອລ, ຄວາມສຳຄັນຂອງດີຈີຕອລຕໍ່ທຸລະກິດຂອງພວກເຮົາ, ການເຮັດແຜນທຸລະກິດແບບໃຫມ່, ສັ້ນກະທັດຮັດ ແລະ ເຂົ້າໃຈງ່າຍດ້ວຍ ແມ່ແບບທຸລະກິດ (Business Model Canvas) ແລະ ຍັງຈະໄດ້ຮຽນຮູ້ເຄື່ອງມືດີຈີຕອລຕ່າງໆທີ່ສາມາດຊ່ວຍໃຫ້ເຮົາ ຫລຸດຕົ້ນທຶນລົງ ພ້ອມທັງເພີ່ມປະສິດທິພາບໃຫ້ກັບອົງກອນ.
(0 review)
46
students
0
Free
Free

ເມົາຕິມິເດຍສຳລັບທຸລະກິດຂະໜາດນ້ອຍ ແລະ ກາງ

ນຳສະເຫນີຄວາມຮູ້ເບື້ອງຕົ້ນກ່ຽວກັບລະບົບເມົາຕິມີເດຍ (Multimedia), ພື້ນຖານການອອກແບບເມົາຕິມີເດຍ (Basic Design), ການສ້າງເມົາຕິມີເດຍເພື່ອການໂຄສະນາປະຊາສໍາພັນ (Multimedia Advertisements Creation), ການວິເຄາະຄ່າໃຊ້ຈ່າຍ (Analyzing expenses) ແລະ ວິທີໃນການນໍາໃຊ້ບັນດາເຄື່ອງມືຕ່າງໆ.
(0 review)
43
students
0
Free
Free

ການນຳໃຊ້ອອນລາຍຢ່າງປອດໄພສຳລັບທຸລະກິດຂະໜາດນ້ອຍ ແລະ ກາງ

ນຳສະເຫນີຄວາມຮູ້ພື້ນຖານ, ຄວາມສຳຄັນຂອງຂໍ້ມູນສ່ວນຕົວ ສຳຫຼັບການຄ້າເທິງອິນເຕີເນັດ, ໂປຣແກຣມທີ່ເປັນອັນຕະລາຍ ທີ່ລັກເອົາຂໍ້ມູນສ່ວນຕົວ ແລະ ວິທີປ້ອງກັນຂໍ້ມູນດັ່ງກ່າວບໍ່ໃຫ້ຮົ່ວໄຫຼ, ພ້ອມທັງການສ້າງຄວາມປອດໄພໃນການຄ້າຂາຍເທິງອິນເຕີເນັດສຳຫຼັບອົງກອນຂະໜາດນ້ອຍ, ເພື່ອໃຫ້ ການດຳເນີນທຸລະກຳ ຫຼື ການຄ້າທາງອອນລາຍມີຄວາມປອດໄພ.
(0 review)
20
students
0
Free
Free